ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລະບົບ​ລົດ​ປືນ​ໃຫຍ່​ຊະນິດ​ໃໝ່​ ຂອງ​ຣັດ​ເຊຍ 2S40 Phlox

     ອີງ​ຕາມ​ແຫຼ່ງ​ຂ່າວ​ການ​ທະຫານ​ຂອງ​ບຸນກາຣີ, ໂດຍອ້າງ​ອີງ​ຈາກ​ການ​ລົງ​ຂ່າວ​ຂອງ​ໂທລະພາບ ”ດາວ​ແດງ” (Zvezda) ຂອງ​ຣັດ
​ເຊຍ ເຜີຍແຜ່​ພາບ​ກ່ຽວ​ກັບ​ການ​ບັນຈຸ​ລະບົບ​ລົດ​ປືນ​ໃຫຍ່ ລຸ້ນ​ໃໝ່ 2S40 Phlox ເຂົ້າ​ປະຈຳການ​ໃນ​ກອງທັບ​ຣັດ​ເຊຍ.

     ໃນ​ຂ່າວ​ລາຍ​ງານ​ວ່າ: ກ່ອນ​ຈະ​ເຂົ້າ​ສູ່​ສາຍການ​ຜະລິດ​ເປັນ​ຈຳນວນ​ຫຼາຍ​ນັ້ນ, ລະບົບ​ລົດ​ປືນ​ໃຫຍ່ 2S40 Phlox ຂອງ​ ຣັດ​ເຊຍ​
ໄດ້​ທຳ​ການ​ຄົ້ນຄວ້າ ປັບປຸງ ທົດ​ລອງ​ຍິງ ແລະ ຮັບຮອງ​ປະ​ສິດທິ​ຜົນຢ່າງ​ລະອຽດ​ຖີ່​ຖ້ວນ​ແລ້ວ. ນັບ​ທັງ​ຍິງ​ໃນ​ກາງເວັນ ແລະ ຍິງ​ກາງ
ຄືນ, ເຊີ່ງ​ສະແດງ​ໃຫ້​ເຫັນ​ວ່າມັນ​ເປັນ​ອາວຸດ​ທີ່​ມີ​ກຳລັງ​ໄຟ​ທີ່​ຮຸນ​ແຮງ ແລະ ຄ່ອງ​ຕົວ​ສູງ, ເພາະ​ມັນ​ຖືກ​ຕິດ​ຕັ້ງ​ຢູ່​ເທິງ​ລົດ​ບັນທຸກ​ຫຸ້ມ​ເກາະ
Ural-63704-0010. 2S40 Phlox ເປັນ​ລະບົບ​ປືນ​ໃຫຍ່​ຂະໜາດ 120 ​ມມ, ມີ​ປືນ​ຈັກ​ຍິງ​ໄດ້​ໄລຍະ​ໄກ, ລົດ​ມີ​ຫຸ້ມ​ເກາະ​ສາມາດ
​ຕ້ານທານ​ກັບ​ອາວຸດ​ຂະໜາດ​ນ້ອຍ ແລະ ທົນ​ທານ​ ກັບ​ການ​ລະເບີດ​ໃກ້ໆ​ຂອງ​ອາວຸດ​ຝ່າຍ​ກົງກັນຂ້າມ; ມີ​ການ​ປະກອບ​ອຸປະກອນ​ເອ
​ເລັກ​ໂຕຣ​ນິກ ແລະ ອາວຸດ​ຈຳນວນ​ໜຶ່ງ ສາມາດ​ສູ້​ຮົບ​ເອກະລາດ​ໄດ້. ອາວຸດ​ລະບົບ​ນີ້ ປະກອບ​ໃຫ້​ກົມ​ກອງ​ສູ້​ຮົບ​ ເພື່ອ​ຄວາມ​ອາດ​ສາ
ມາດ​ເຄື່ອນ​ທີ່​ໄດ້​ໄວ. ປືນ​ໃຫຍ່​ຍິງ​ລູກປືນ​ຂະໜາດ 120 ​ມມ ຍິງ​ໄກ​ໄດ້ 13 ກິໂລແມັດ ແລະ ປືນ​ຄົກ​ຍິງ​ໄກ​ໄດ້ 7,5 ກິໂລແມັດ. ຄວາມ​
ໄວ​ການ​ຍິງປືນ​ໃຫຍ່​ແມ່ນ 10 ລູກຕໍ່ນາທີ, ປືນ​ຄົກ 8 ລູກຕໍ່​ນາທີ ແລະ ບັນຈຸ​ໄດ້​ຊຸດ​ລະ 80 ລູກ; ປືນ​ຈັກ Kord 12,7 ມມ ທີ່​ຕິດ​ຕັ້ງ​ຢູ່​
ເທີງ​ຫົວ​ລົດ ແມ່ນ​ເພື່ອ​ນຳ​ໃຊ້​ຕາມ​ແຕ່​ລະ​ກໍລະນີ.

     ລະບົບ​ລົດ​ປືນ​ໃຫຍ່​ລຸ້ນນີ້ມີ ຄວາມທົນ​ທານ​ໄດ້​ກັບ​ການ​ລະເບີດ​ຂອງ​ລູກ​ລະເບີດ​ທີ່​ບັນຈຸ​ທາດ​ລະເບີດ TNT ເຖິງ 2 ກິ​ໂລກ​ຣາມ;
ຈຳນວນ​ພົນ​ບັນຈຸ​ແຕ່​ລະ​ລະບົບມີ 4 ຄົນ, ສາມາດ​ດຳເນີນການ​ກະກຽມ​ສູ້​ຮົບ ແລະ ສູ້​ຮົບ ​ໄດ້​ຢ່າງ​ວ່ອງໄວ ແລະ ການ​ເກັບ​ມ້ຽນ​ເຄື່ອນ
​ຍ້າຍ​ໄປ​ບ່ອນ​ໃໝ່ກໍ​ເຮັດ​ໄດ້​ຢ່າງ​ວ່ອງໄວ​ເຊັ່ນ​ດຽວ​ກັນ ເຮັດ​ໃຫ້​ຝ່າຍ​ກົງກັນ ຂ້າມ​ບໍ່​ສາມາດ​ຕອບ​ໂຕ້​ຄືນ​ໄດ້​ທັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/02/2024